2/2/56

ສະຫວັນໄອເຕັກ

ສະຫວັນໄອເຕັກ
 ສະຫວັນໄອເຕັກ ເປັນບອນຈັງງານວາງສະແດງສິນຄ້າ, ຄອນເສີດ, ເບິ່ງຮູບເງົາ, ຄາດວ່າຈະມີການພັດທະນາໃຫ້ເປັນບ່ອນລວມມັນຕິມີເດຍໃນບໍ່ຊ້ານີ້ ຍັງບໍ່ມີຂໍ້ມູນສົມບູນເທື່ອ
ລົດໄຟຟ້າໃຫ້ບໍລິການລາຄາຖືກຕາມສາຍທາງ

ປັບປຸງສ້າງໃຫມ່

ປະຫວັດ ແຂວງສະຫວັນນະເຂດ

ປະຫວັດສາດຂອງສະຫວັນນະເຂດເລີ່ມໃນສະໄຫມຂອມ ເຮືອງອຳນາດ ເມືອງນີ້ຊື່ວ່າ  ເມືອງສຸວັນນະພູມປະເທດ ເປັນເມືອງ ທີ່ອຸດົມສົມບູນດ້ວຍຊັບພະຍາກອນທຳມະຊາດໃນປີ ຄສ 1577 ທ້າວຫລວງ ແລະ ນາງສິມ ໄດ້ອົບພະຍົກຜູ້ຄົນຈາກພາກເຫນືອລົງມາຕັ້ງຫມູ່ບ້ານຊື່ວ່າ ຫລວງໂພນເມືອງສິມ ຫ່າງຈາກຕົວເມືອງ ປະຈຸບັນປະມານ 18 ກິໂລແມັດ ເສັ້ນທາງດຽວ ກັບໄປພະທາດອີງຮັງ ເມື່ອເຖິງປີ ຄສ 1642 ທ້າວ ສິມພະລີ (ລູກຊາຍ) ໄດ້ພາຊາວບ້ານຫລາຍສິບຄອບຄົວແຍກອອກໄປຕັ້ງເມືອງໃຫມ່ ໃນເຂດສະຫວັນນະເຂດເອີ້ນວ່າ ບ້ານທ່າແຮ່ ເພາະອຸດົມສົມບູນດ້ວຍແຮ່ທາດຕ່າງໆ ຈົນເຖິງປີ ຄສ 1919 ເມື່ອລາວຕົກເປັນອານານິຄົມ ຝັ່ງໄດ້ຕັ້ງສຳນັກງານ ຜູ້ວ່າລາຊະການແຜ່ນດິນປະຈຳແຂວງຢູ່ ທ່າແຮ່ ແລະຕັ້ງຊື່ໃຫ້ໃຫມ່ເປັນ "ສະຫວັນນະເຂດ".


ແຜນທີ

ທີ່ຕັ້ງ

ແຂວງສະຫວັນນະເຂດ ຕັ້ງຢູ່ໃນເສັ້ນຂະໜານທີ 16°C, 0.5” ໃຕ້ - 17°C, 07” ເໜືອ ແລະ ເສັ້ນແວງທີ 104°C, 3.6” ຕາເວັນຕົກ 106°C, 7.2” ຕາເວັນອອກ, ມີເນື້ອທີ່ 2,177,400 ເຮັກຕາ ແລະ ມີເຂດແດນຕິດຈອດກັບແຂວງ ແລະ ປະເທດໃກ້ຄຽງຄືດັ່ງນີ້ :
  • ທິດເໜືອຕິດກັບແຂວງຄຳມ່ວນ ຍາວເຖິງ 314 ກມ.
  • ທິດໃຕ້ຕິດກັບແຂວງສາລະວັນ ຍາວເຖິງ 259 ກມ.
  • ທິດຕາເວັນອອກຕິດກັບ ສ.ສ.ຫວຽດນາມ ຍາວ122 ກມ.
  • ທິດຕາເວັນຕົກຕິດກັບຣາຊະອານາຈັກໄທ ຍາວ 152 ກມ
ແຂວງສະຫວັນນະເຂດ ໄດ້ແບ່ງອອກເປັນສອງເຂດໃຫຍ່ຄື: ເຂດທົ່ງພຽງກວມ 59% ແລະ ເຂດພູພຽງກວມ 41%(ແບ່ງຕາມລະດັບສູງຈາກນ້ຳທະເລ). ເຂດທົ່ງພຽງແບ່ງອອກເປັນອີກສອງເຂດຄື:
ເຂດທົ່ງພຽງສ່ວນທີ່ລຽບຕາມລຳແມ່ນໍ້າຂອງ ກວມເອົາ 04 ເມືອງຄື: ເມືອງໄຊບູລີ, ເມືອງໄກສອນ ພົມວິຫານ, ເມືອງໄຊພູທອງ ແລະ ສອງຄອນ, ເປັນເຂດທີ່ອຸດົມສົມບູນດ້ວຍເຂົ້າປາອາຫານເປັນແຫລ່ງການຜະລິດເຂົ້າ, ພືດຕະກູນ ຖົ່ວແລະລ້ຽງສັດ(ສັດປີກ,ສັດໃຫຍ່ ແລະ ປາ) ເຊີ່ງມີຄວາມ ສູງຈາກລະດັບນ້ຳທະເລແຕ່ 140 ຫາ 180 ແມັດ.
ສ່ວນເຂດທົ່ງພຽງທີ່ຕັ້ງຢູ່ໃຈກາງລະຫວ່າງເຂດພູພຽງ ກັບທົ່ງພຽງລຽບນ້ຳຂອງນັ້ນ ກວມເອົາ 06 ເມືອງຄື: ເມືອງອຸທຸມພອນ, ອາດສະພັງທອງ, ພະລານໄຊ, ເມືອງຈຳພອນ,ຊົນນະບູລີ ແລະ ອາດສະພອນ, ເຂດນີ້ ເປັນເຂດທີ່ປູກເຂົ້າ, ປູກພືດອຸດສາຫະກຳ ແລະ ລ້ຽງສັດໃຫຍ່(ງົວຄວາຍ) ເຊີ່ງມີຄວາມສູງຈາກລະດັບນ້ຳທະເລແຕ່ 180 ຫາ 200 ແມັດ.
ສ່ວນວ່າເຂດພູພຽງກວມເອົາ 05 ເມືອງປະກອບມີ: ເມືອງນອງ,ເຊໂປນ,ວິລະບູລີ, ພີນ ແລະ ທ່າປາງທອງ ເປັນເຂດລໍ່ລ້ຽງໃຫ້ຄວາມຊຸ່ມຊື່ນໃຫ້ເຂດທົ່ງພຽງ, ເໝາະສົມໃນການປູກ ໄມ້ໃຫ້ໝາກ, ພຶດອຸດສາຫະກຳ ແລະ ລ້ຽງສັດ ໃຫຍ່ທຸກໆປະເພດ, ເຂດນີ້ມີຄວາມສູງຈາກລະດັບໜ້ານ້ຳທະເລແຕ່ 200 ຫາ 1.000 ແມັດ.

ເຂດ​ການ​ປົກຄອງ

- ເຂດການ​ປົກຄອງ:15 ​ເມືອງ, 1.016 ບ້ານ, 168 ກຸ່ມບ້ານ​
- ປະຊາກອນ : 886.985 ຄົນ, ຍິງ450.100 ຄົນ
- ອັດຕາ​ເພີ່ມ​ສະ​ເລ່ຍ​ແຕ່ລະ​ປີ​ ປະມານ 1,7 %
- ຄວາມ​ຫນາ​​ແຫນ້ນ​ສະ​ເລັ່ຍ 41 ຄົນ/ກິ​ໂລ​ແມັດ​ມົນທົນ.
- ປະກອບ​ດ້ວຍ 2 ​ເຜົ່າ​ໃຫຍ່​ຄື: ​​ເຜົ່າ​ລາວລຸ່ມ​, ເຜົ່າລາວ​ເທິງ.
​- ເນື້ອ​ທີ່ : 2.177.400 ເຮັກຕາ, ດິນ​ກະສິກຳ​ມີ : 7​ ແສນ​
ກວ່າ​​ເຮັກຕາ ​ເນື້ອ​ທີ່​ປ່າ​ໄມ້ 1,5 ລ້ານ​ເຮັກຕາ,​ ເນື້ອ​ທີ່​ທົ່ງພຽງ
ກວມ59% ​ແລະ ​ເນື້ອ​ທີ່​ເຂດ​ພູດ​ອຍກວມ41%.

ບັນດາເມືອງ

ແຮງ​ງານ

- ແຕ່​ອາຍຸ 15 ປີ ຫາ 60 ປີ ຈຳນວນ: 479.756 ຄົນ,ກວມ 54 %ຂອງ​ປະຊາກອນ. - ​ເງິນ​ເດືອນ​ຕ່ຳສຸດ 70 ​ໂດ​ລາ​ສະຫະລັດ​ຕໍ່​ເດືອນ.

ການຄົມມະນາຄົມ

  • ເສັ້ນທາງ​ຫມາຍ​ເລກ 9 ​ເປັນ​ເສັ້ນທາງ​​ເຊື່ອມ​ເສດຖະກິດ​ທິດຕາ​ເວັນ​ອອກ-ຕາ​ເວັນ​ຕົກ ຫລື EWEC.
  • ເສັ້ນທາງ​ຫມາຍ​ເລກທີ 13 ​ເປັນ​ເສັ້ນທາງ​ຕັດ​ຜ່ານ​ແຕ່​ເໜືອ​ຫາ​ໃຕ້.

ເດີ່ນ​ບິນ

  • ມີ​ຖ້ຽວ​ບິນ ສະຫວັນນະ​ເຂດ ຫາ ນະຄອນຫຼວງວຽງ​ຈັນ
  • ສະຫວັນນະ​ເຂດ ຫາ ບາງກອກ ປະ​ເທດ​ໄທ

ໂທລະ​ຄົມມະນາຄົມ

ມີ​ເຄືອ​ຂ່າຍ​ຕິດ​ຕໍ່​ໄດ້​ທຸກໆ​ເມືອງ​ໃນ 15 ຕົວ​ເມືອງ​ຂອງ​ແຂວງ​ສະຫວັນ​ນະ​ເຂດ.

ການລົງທຶນຈາກຕ່າງປະເທດ

  1. ຖ້າ​ລົງທຶນ​ໃນ​ເຂດ 1: ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນອາກອນ​ກຳ​ໄລ​ເປັນ​ໄລຍະ​ເວລາ 7 ປີ ​ແລະ ຫລັງ​ຈາກ​ນັ້ນ​ຈະ​ໄດ້​ເສຍ​ອາກອນ​ກຳ​ໄລ​ເຕັມ​​ໃນ​ອັດຕາ​ສິບ​ສ່ວນ​ຮ້ອຍ(10%).
  2. ຖ້າ​ລົງທຶນ​ໃນ​ເຂດ 2: ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນອາກອນ​ກຳ​ໄລ​ເປັນ​ໄລຍະ​ເວລາ 5ປີ​, ຫລັງ​ຈາກ​ນັ້ນ​ຈະ​ໄດ້​ເສຍ​ອາກອນ​ ກຳ​ໄລ​​ໃນ​ອັດຕາ​ຫລຸດຜ່ອນ​ເຄິ່ງຫນຶ່ງ​ຂອງ​ສິບ​ຫ້າ​ສ່ວນ​ຮ້ອຍ (15%) ​ໃນ​ໄລຍະ 3 ປີ ​ແລະ ຫລັງຈາກ​ນັ້ນ​ຈະ​ໄດ້​ເສຍ​ອາກອນ​ກຳ​ໄລ​ເຕັມ​ໃນ​ອັດຕາ​ສິບ​ຫ້າ​ສ່ວນ​ຮ້ອຍ (15%).
  3. ຖ້າ​ລົງທຶນ​ໃນ​ເຂດ 3: ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນອາກອນ​ກຳ​ໄລ​ເປັນ​ໄລຍະ​ເວລາ 2 ປີ ຈາກ​ນັ້ນ​ຈະ​ໄດ້​ເສຍ​ອາກອນ​ກຳ​ໄລ​ໃນ​ອັດຕາ​ເຄິ່ງຫນຶ່ງ​ຂອງ​ຊາວ​ສ່ວນ​ ຮ້ອຍ(20%)ໃນ​ໄລຍະ​ ເວລາ 2 ປີ ແລະ ຫລັງ​ຈາກ​ນັ້ນ​ຈະ​ໄດ້​ເສຍອາກອນ​ກຳ​ໄລ​ເຕັມ​​ໃນ​ອັດຕາ​ຊາວ​ສ່ວນ​ຮ້ອຍ (20% ).
ປະເທດ ໂຄງການ ມູນຄ່າ $USD  %
ສ.ປ.ຈີນ 26 284.866.974 22.36
​ໄທ 24 137.415.324 10.79
ຫວຽດນາມ 16 68.027.396 5.34
​ເກົາຫລີ 6 74.700.000 5.86
ມາ​ເລ​ເຊຍ 5 10.200.000 0.80
ອົດ​ສະ​ຕຣາ​ລີ 4 320.000.000 25.12
ຝຣັ່ງ 3 2.717.568 0.21
ສິງກະ​ໂປ 3 5.709.699 0.45
ຍີ​ປຸ່ນ 3 7.200.000 0.57
ອື່ນໆ 7 363.290.000 28.51
ລວມ 97 1.274.126.961 100

1/2/56

ບ້ານດອນຂາວ ເມືອງທ່າປາງທອງ ແຂວງສະຫວັນນະເຂດ


 ບ້ານດອນຂາວ ເປັນບ້ານເກົ່າແກ່ມາແຕ່ດົນແລ້ວ ແຕ່ຍ້ອມຄວາມຫ່າງໄກຊອກຫລິກ ຍັງບໍ່ມີຖະນົມຫົນທາງທີ່ສະດວກສະບາຍເທື່ອ

ເຮືອນຫລັງຫນຶ່ງທີ່ບ້ານດອນຂາວ

ປ້ຳນ້ຳມັນ ແຫ່ງດຽວທີ່ບ້ານດອນຂາວ

14/10/55

ວັດໃຫຍ່ໄຊຍະພູມ ສະຫວນນະເຂດ

      ວັດໄຊຍະພູມຕັ້ງຢູ່ແຄມຝັ່ງແມ່ນ້ຳຂອງ ໃນເຂດບ້ານໄຊຍະພູມ ເມືອງໄກສອນພົມວິຫານ ແຂວງ ສະຫວນນະເຂດ ເຊິ່ງເປັນວັດ ພຸທະສະຖານທີ່ເກົ່າແກ່ ທີ່ຖືກສ້າງຂຶ້ນພ້ອມກັນກັບ ບ້ານທ່າແຮ່ ຫຼື ບ້ານຄຳໃນປີ ຄ.ສ 1542 ແລະ ໄດ້ສ້າງຕໍ່ເຕີມໃນຕົ້ນ ສະຕະວັດທີ 20 ເຊິ່ງ ເຮັດໃຫ້ ພຸດທະສະຖານ ແຫ່ງນີ້ ໄດ້ມີຄວາມງົດງາມ ແລະ ໂດດເດັ່ນ ດ້ວຍສິ່ງລວດລາຍ ແລະ ການຕົກແຕ່ງ ອັນເປັນຕົ້ນແບບ ສິລະປະຂອງ  ແຂວງສະຫວັນນະເຂດ ເຊັ່ນ: ປະຕູຂົງ, ຫໍແຈກເປັນຕົ້ນ ແລະ ອັນເປັນຈິດໃຈ ຂອງຊາວ ເມືອງກໍຄື ພຸທະສີມາ ທີ່ເປັນສະຖານທີ່ ຈັດກິດຈະກຳ ຕ່າງໆ ທີ່ສຳຄັນ ທາງພຸທະສາສະນາ ເຊັ່ນ: ທຳບຸນ , ງານບຸນປະເພນີຕ່າງໆ ຊາວບ້ານ ກໍ່ຈະພ້ອມພາກັນສ້າງ ເພື່ອທີ່ຈະຮັກສາສິ່ງ ວັດທະນະທຳ ເຫຼົ່ານີ້ໄວ້ ຕະຫຼອດໄປ.

ສີລະປະເທິງຝາ

ວັດໄຊຍະພູມ
ພຸທະສີມາ

ບໍລິວຽນພາຍໃນວັດ

12/10/55

ແຫຼ່ງຫັ​ດຖະກຳ - ​ເຄື່ອງ​ທີ່​ລະ​ລຶກ ສູນຫັດ​ຖະກຳ ລະຫາ​ສິນ


ສູນອົບຮົມແລະ ຜະລິດຜ້າຝ້າຍແບບ ພຶ້ນເມືອງ-ຍ້ອມສີທຳມະຊາດປອດສານ​​ເຄມີ ທີ່ມີຕົ້ນ​​ແບບຈາກຫົວຄິດປະດິດສ້າງແລະວີໄມ້ລາຍມືເຜົ່າ ຜູ້ໄທເຂດບ້ານສະຫານ້ຳ​ ​ເມືອງສອງອນ. ມີຜ້າພື້ນເມືອງສຳຫຼັບຕັດເຄື່ອງນຸ່ງ, ​ເຄື່ອງນຸງຊາຍ-ຍິງ,​ ຜ້າພົມ, ຜ້າປູບ່ອນ​, ປອກໝອນ, ຜ້າຫົມ, ຜ້າປູໂຕະແລະ ອື່ນໆ ຕາມຄວາມຕ້ອງການ.
     ສູນລະຫາສິນຕັ້ງຢູ່ເຮືອນເລກທີ 248 ໜ່ວຍ 23 ບ້ານໄຊຍະມຸງຄຸນເມືອງໄກສອນພົມວິຫານແຂວງສະຫວັນນະເຂດ. ​ໃກ້ກັບສະໜາມບິນ
ໂທລະສັບ: 041-212398, Fax: 041-212781


ພະທາ​ດນາງ​ລາວ ​ເມືອງ​ວິລະ​ບູລີ


   າດນີ້ສ້າງຂຶ້ນສະໄໝນາງລາວປົກຄອງເມືອງວັງ (ນາງສະໜົມ ຜູ້ນຶ່ງ ຂອງເຈົ້າອະນຸວົງ ກະສັດອົງສຸດທ້າຍຂອງລາຊະວົງວຽງຈັນ, ທີ່ຊື່ວ່າ ນາງລາວ ກໍເພາະຄົນທ້ອງຖິ່ມນີ້ເປັນເຜົ່າຜູ້ໄພ, ​​ເຂົາເຈົ້າຈຶ່ງເອີ້ນຄົນເຜົ່າລາວວ່ານາງລາວ) ພະທາດນີ້ມີ 8 ລ່ຽມ, ສູງ13 ຕີນກວ້າງ 12 ກໍດ້ວຍດີນຈີ່ທີ່ຖຶກປະຮ້າງ ຂາດການບົວລະບັດມາໄດ້ 300 ກວ່າປີ ຊາວບ້ານຖືວ່າເປັນສະຖານທີ່ເຂັດຢຳ