7/10/55

ຫໍໄຕປິດົກ

ຫໍໄຕປິດົກ ຕັ້ງຢູ່ ບ້ານ ໜອງລຳຈັນ ເມືອງຈຳພອນ ແຂວງສະຫວັນນະເຂດ ຫ່າງຈາກ ຕົວເມືອງສະຫວັນນະເຂດປະມານ 73 ກິໂລແມັດ, ເປັນຫໍໄຕທີ່ເກັບຮັກສາໜັງສື ໃບລານ ພາສາປາລີ ເປັນຄຳສອນຂອງ ພຣະພຸທທະເຈົ້າ ມີລັກສະນະເກົ່າແກ່ ແບບລາວດັ່ງເດີມ. ໄດ້ສ້າງຂຶ້ນໃນຊ່ວງສະຕະວັດ ທີ 17. ປະຈຸບັນມີໜັງສືໃບລານເກັບໄວ້ຢູ່ທີ່ນັ້ນ ຫຼາຍກວ່າ 4000 ຜູກ(ຫົວ) ມີເນື້ອຫາແຕກຕ່າງກັນໄປ ຫຼາຍກວ່າ 300 ເລື່ອງ ເຊິ່ງໄດ້ເກັບຮັກສາໄວ້ເປັນຢ່າງດີ ໂດຍພຣະສົງສາມະເນນ ພາຍໃນວັດ ພ້ອມດ້ວຍອອກຕົນຍາດໂຍມທີ່ຢູ່ໃນຂົງເຂດນັ້ນ
ທ່ານສາມາດໄປເບິ່ງຊົມໄດ້.

ไม่มีความคิดเห็น:

แสดงความคิดเห็น