8/10/55

ເຊລະນອງ ເມືອງນອງ

 ເຊລະນອງ

ການທີ່ຈະໄປທ່ອງທ່ຽວຢູ່ແຫ່ງຫົນໃດລ້ວນແຕ່ນຳຄຸນປະໂຫຍດ ແລະ ປະສົບການອັນແປກໃຫມ່ ຢູ່ສະເໝີ. ພ້ອມກັນນັ້ນ ການຂີ່ເຮືອລ່ອງແກ້ງຈາກຈຸດຫນຶ່ງຫາຈຸດຫນຶ່ງ ຫລື ການທີ່ທ່ຽວເລາະລຽບຕາມສາຍນ້ຳ
ແຫ່ງຕ່າງໆກໍ່ ລ້ວນແຕ່ມີຄວາມເພີດເພີນໃຈບໍ່ຫນ້ອຍ ໃນເມື່ອໄດ້ສັງເກດເຫັນວິຖີການດຳລົງຊີວິດ ຂອງປະຊາຊົນທີ່ຢູ່ເຂດແຄມຝັ່ງແມ່ນ້ຳ ລວມເຖິງ ຄວາມຕິດພັນລະຫວ່າງສາຍນ້ຳກັບການ ດຳລົງຊີວິດຂອງປະຊາ ຊົນ. ໃນໂອກາດທີ່ຜູ້ຂຽນໄດ້ມີເວລາໄປພົວພັນວຽກຢູ່ຕ່າງແຂວງໃນກາງເດືອນພຶດສະພາ 2010 ຜ່ານມາ. ໂດຍສະເພາະການເດີນທາງຈາກເມືອງນອງ ແຂວງສະຫວັນນະເຂດ ໄປສູ່ເມືອງຕະໂອ້ຍແຂວງສາລະວັ
ໂດຍມີການຂ້າມພູລົງຫ້ວຍລວມເຖິງຜ່ານສາຍນ້ຳທີ່ສຳຄັນເປັນຕົ້ນແມ່ນສາຍນ້ຳເຊລະນອງ, ເຫັນວ່າສາຍນ້ຳດັ່ງກ່າວລ້ວນແຕ່ມີຄວາມຕິດພັນກັບການດຳລົງຊີວິດຂອງປະຊາຊົນຊາວເມືອງຕະໂອ້ຍເປັນສ່ວນ ໃຫຍ່, ນອກຈາກການເກັບຜັກຫັກຫນໍ່ໄມ້ຢູ່ຕາມປ່າດົງແລ້ວ ປະຊາຊົນເຂດດັ່ງກ່າວຍັງອາໄສສາຍນ້ຳແຫ່ງນີ້ ເປັນບ່ອນທຳມາຫາກິນເປັນຕົ້ນ ແມ່ນ: ການຫາປາ, ກຸ້ງ, ຫອຍລວມເຖິງໃຊ້ເປັນນ້ຳດື່ມ,ໃຊ້ ແລະ ອື່ນໆ. ຜູ້ຂຽນຍມີໂອກາດນັ່ງຮັບປະທານອາຫານ ຕອນສວາຍຮ່ວມກັບພະນັກງານທີ່ກ່ຽວຂ້ອງຈາກກຸ່ມບໍລິສັດບົວລະພາ

ไม่มีความคิดเห็น:

แสดงความคิดเห็น