14/10/55

ວັດໃຫຍ່ໄຊຍະພູມ ສະຫວນນະເຂດ

      ວັດໄຊຍະພູມຕັ້ງຢູ່ແຄມຝັ່ງແມ່ນ້ຳຂອງ ໃນເຂດບ້ານໄຊຍະພູມ ເມືອງໄກສອນພົມວິຫານ ແຂວງ ສະຫວນນະເຂດ ເຊິ່ງເປັນວັດ ພຸທະສະຖານທີ່ເກົ່າແກ່ ທີ່ຖືກສ້າງຂຶ້ນພ້ອມກັນກັບ ບ້ານທ່າແຮ່ ຫຼື ບ້ານຄຳໃນປີ ຄ.ສ 1542 ແລະ ໄດ້ສ້າງຕໍ່ເຕີມໃນຕົ້ນ ສະຕະວັດທີ 20 ເຊິ່ງ ເຮັດໃຫ້ ພຸດທະສະຖານ ແຫ່ງນີ້ ໄດ້ມີຄວາມງົດງາມ ແລະ ໂດດເດັ່ນ ດ້ວຍສິ່ງລວດລາຍ ແລະ ການຕົກແຕ່ງ ອັນເປັນຕົ້ນແບບ ສິລະປະຂອງ  ແຂວງສະຫວັນນະເຂດ ເຊັ່ນ: ປະຕູຂົງ, ຫໍແຈກເປັນຕົ້ນ ແລະ ອັນເປັນຈິດໃຈ ຂອງຊາວ ເມືອງກໍຄື ພຸທະສີມາ ທີ່ເປັນສະຖານທີ່ ຈັດກິດຈະກຳ ຕ່າງໆ ທີ່ສຳຄັນ ທາງພຸທະສາສະນາ ເຊັ່ນ: ທຳບຸນ , ງານບຸນປະເພນີຕ່າງໆ ຊາວບ້ານ ກໍ່ຈະພ້ອມພາກັນສ້າງ ເພື່ອທີ່ຈະຮັກສາສິ່ງ ວັດທະນະທຳ ເຫຼົ່ານີ້ໄວ້ ຕະຫຼອດໄປ.

ສີລະປະເທິງຝາ

ວັດໄຊຍະພູມ
ພຸທະສີມາ

ບໍລິວຽນພາຍໃນວັດ