8/10/55

ທາດອີງຮັງ

ພະທາດອິງຮັງ
ພະທາດອີງຮັງ ຕັ້ງຢູບ້ານທາດອີງຮັງ ເມືອງໄກສອນພົມວິຫານ ແຂວງ ສະຫວັນນະ ເຂດ ເຊິ່ງຢູ່ຫ່າງຈາກ
ຕົວເມືອງໄກສອນ ປະມານ 15 ກິໂລເມັດ ໄປຕາມທາງຫຼວງເລກ 9 ພະທາດ ອີງຮັງມີຄວາມສູງ 25 ເມັດ
ປະຕູທາງເຂົ້າມີທັງ 4 ດ້ານ ມີພາບເກາະສະລັກ ລວດລາຍ ຫຼາຍໆ ແບບແຕກຕ່າ
ງກັນໄປ ທີ່ເປັນສິລະປະ
ສະຖາປັດ ຕະຍະກຳ ທີ່ສວຍ ງາມ ເຊິ່ງໄດ້ເປັນ ສະຖານທີ່ອີກບ່ອນຫນຶ່ງທີ່ສຳຄັນຂອງລາວ .ທຸກໆປີ ຊາວ
ແຂວງສະ ຫວັນນະເຂດ ຈະຕ້ອງ ຈັດງານທີ່ບ້ານທາດ ເປັນງານທີ່ຍິ່ງໃຫຍ່ ໃນງານແມ່ນຈະມີການ ແຫ່
ທຽນເພື່ອຖະຫວາຍພະທາດ ແລະ ຈະມີການຟ້ອນລຳຕ່າງໆຕາມປະເພນີ. ງານພະທາດອີງຮັງຈະໄດ້ ຈັດຂຶ້ນ
ໃນຊ່ວງເດືອນ ທັນວາ ຂອງທຸກໆປີ .
>> ຄ່າເຂົ້າຊົມພະທາດອີງຮັງກໍຄືຖ້າເປັນນັກທ່ອງທ່ຽວ ຊາວ ຕ່າງຊາດແມ່ນ 5000 ກີບ ແຕ່ຖ້າເປັນນັກທ່ອງທ່ຽວຊາວລາວແມ່ນ 2000 ກີບ.

ທາດອີງຮັງ 


ເພິ່ມເຕີມ

ພະທາດອີງຮັງ ເປັນສິລະປະ ແລະ ສະຖາປັດຕະຍະກຳທີ່ສວຍງາມທັງເປັນປູຊະນິຍິສະຖານທີ່ສຳຄັນແຫ່ງຫນຶ່ງຢູ່ ສປປ ລາວ ຕັ້ງ ຢູ່ແຂວງສະຫວັນນະເຂດ ແລະ ປະມານ 15ກິໂລແມັດ ລະຫວ່າງເສັ້ນທາງສະຫວັນŒເຊໂນ. ພະທາດກວ້າງດ້ານລະ 9 ແມັດມີລັກສະນະເປັນສີ່ລ່ຽມຫຍໍ້ມູມ ເຫມືອນຫໍຜາສາດ ເປັນພະທາດແບບປະສົມວິຫານ ຄື ເປັນສະຖານທີ່ປະດິດສະຖານສິ່ງສັກສິດ ເພາະມີປະຕູເຂົ້າອອກ ໄດ້.
ອົງພະທາດຈັດເປັນ 3 ຖານຫລຸດຫລັ່ນກັນເປັນລຳດັບຖານລຸ່ມ, ຖານກາງ ເປັນສິລະປະດັ້ງເດີມ, ຖານເທິງ ແລະຍອດພະທາດເປັນ ສິລະປະສະໄຫມລ້ານຊ້າງ.
ແຂວງສະຫວັນນະເຂດ ເປັນເມືອງອັນດັບ 2 ຂອງປະເທດທາງດ້ານເສດຖະກິດມີເນື້ອທີ່ 22.080 ຕາລາງກິໂລແມັດ ແລະ ພົນລະ ເມືອງປະມານ 656.000 ຄົນ ມີຊາຍແດນຕິດກັບແຂວງຄຳມ່ວນ, ແຂວງສາລະວັນ, ປະເທດຫວຽດນາມ ແລະ ປະເທດໄທ.
ເປັນເຂດຫນຶ່ງທີ່ອຸດົມສົມບູນມັ່ງຄັ່ງໄປດ້ວຍວັດທະນະທຳຈຸດພິເສດຂອງແຂວງນີ້ ທາງດ້ານວັດທະນະທຳມີບູຮານສະຖານທີ່ເກົ່າແກ່ ປະມານ 7 ສະຕະວັດ ແລະ ໃຫມ່ປະມານ 2 ສະຕະວັດ. ບູຮານສະຖານທີ່ບັນຈຸສິລະປະລວດລາຍແບບຂອມ ເຊິ່ງເຊື່ອກັນວ່າສ້າງໃນ ສະໄຫມສະຕະວັດທີ 11 ໄດ້ແກ່ຫໍເທວະໄລ, ຜາສາດເຮືອນຫີນເມືອງສອງຄອນ ແລະ ທາດພູບ້ານນາດູ່ ເມືອງ ຈຳພອນ ແລະ ທີ່ເດັ່ນ ໄປກວ່ານັ້ນ ກໍ່ຄືທາດອີງຮັງ ວັດຫນອງລຳຈັນບ້ານຊະຄືນໃຕ້, ວັດທ່າໂສນ, ວັດໄຊະພູມ ແລະ ວັດຈຳພອນ, ວັດດັງກວາງສ້າງຂຶ້ນໃນ ສະຕະວັດທີ 18-19ແລະ ຕົ້ນສະຕະວັດທີ 20ນີ້ເອງ.
ຂໍ້ຫ້າມບ່ອນນີ້ຄື ຫ້າມແມ່ຍິງເຂົ້າໄປຊັ້ນໃນຂອງຕົວອົງພະທາດ ໄດ້ແຕ່ຂາບໄຫວ້ດ້ານນອກເທົ່ານັ້ນ ແລະ ຈະເຂົ້າບໍລິເວນວັດຈະ ຕ້ອງນຸ່ງສິ້ນເທົ່ານັ້ນ.
ດີແລ້ວ ສາວໆທີ່ນຸ່ງສົ້ງແອວຕ່ຳແອວສູງຫມົດສິດເຂົ້າໄປຂາບ ນອກຈາກຈະຊື້ປີ້ຜ່ານແລ້ວໄປເອົາສິ້ນມານຸ່ງທັບສົ້ງເຂົ້າໄປ ເຊິ່ງເຂົາມີ ບໍລິການຢູ່ຂ້າງໆ. ຄ່າຜ່ານປະມານ 5.000 ກີບສາວຍຸກໂລກາພິວັດບາງຄົນ(ສຳລັບຕ່າງຊາດ)ບໍ່ເຄີຍນຸ່ງສິ້ນມາກ່ອນອອກອາການເຂີນໆ ແລະ ຄືມັນຈະຫລຸດຢູ່ເລື້ອຍຕ້ອງຄອຍຈັບໄວ້.
ຜູ້ທີ່ຈະໄປຂາບໄຫວ້ພະທາດຫາກຕ້ອງການຊື້ເຄື່ອງບູຊາກໍ່ມີຊາວບ້ານມາວາງຂາຍຢູ່ແຄມທາງກ່ອນເຖິງພະທາດ ສ່ວນຢູ່ບໍລິເວນວັດ ຈະມີແຕ່ທູບທຽນເທົ່ານັ້ນ.
ໃກ້ໆອົງພະທາດຈະມີສາລາຫລັງນ້ອຍໆ ມີພະ ແລະ ແມ່ຊີຫມູນວຽນກັນມາປະຈຳ ເພື່ອໃຫ້ຜູ້ມີສັດທາ ເຂົ້າໄປຂໍພອນ ຫລື ຜູ້ແຂນ ຈະບໍລິຈາກ ຫລື ບໍ່ກໍ່ຕາມ.
ດ້ານຫນ້າຂອງອົງພະທາດຈະມີຜູ້ເຖົ້າມາຄອຍທຳພິທີພິເສດໃຫ້ທ່ານທີ່ຕ້ອງການ, ຊື່ກັບບານປະຕູເຂົ້າອົງພະທາດ ສັງເກດເຫັນວ່າ ເຄື່ອງບູຊານັ້ນ ຈະຖືກນຳໄປຮຽງກັນຢູ່ຖານຂອງອົງພະທາດ ແລະ ຈະມີຫມາກພ້າວອ່ອນ ທີ່ເປີດເນື້ອອອກວາງຮຽງກັນຜູ້ຂຽນບໍ່ມີໂອກາດ ຖາມລາຍລະອຽດເດົາເອົາວ່າ ຫນ້າຈະເປັນເຄື່ອງບູຊາ ອີກປະການຫນຶ່ງຕາມຄວາມເຊື່ອຂອງເຂດນີ້.

3 ความคิดเห็น:

  1. ไม่ระบุชื่อ22 กันยายน 2556 เวลา 05:41

    ບໍ່ເຫັນບອກວັນບຸນສັກກາລະພຣະທາດອິງຮັງປະຈຳປີ,ວ່າຈັດຂື້ນວັນທີ/ເດືອນ/ປີໃດ ແລະ ຊາວບ້ານເຂົາທຳກັນຢ່າງໃດ? ມີຄວວາມເປັນມາຢຢາງໃດ ໃຜເປັນຜູ້ສ້າງ ມີຄວມາໝາຍເລົ່າຂານກັນມາຢ່າງໃດ...ຊ່ວຍບອກໃຫ້ຮູ້ລະອຽດດ້ວຍ

    ตอบลบ
  2. ຢ່າໃຫ້ລົງເລິກກ່ຽວກັບປະຫວັດຄວາມເປັນມາຂອງພຣະທາດອິງຮັງໃຫ້ຫຼາຍກວ່ານີ້.

    ตอบลบ
  3. ຢາກໃຫ້ເພີ່ມຂໍ້ມູນຂອງພະທາດວ່າເບື້ອງໃດ(ທິດໃດ) ຕິດກັບໃສ(ບ້ານໃດ...)

    ตอบลบ