9/10/55

ພິພິດຕະພັນ ໄດໂນເສົາ

ພິພິດຕະພັນໄດໂນເສົາ

ພິພິທະພັນໄດໂນເສົາ ຕັ້ງຢູ່ຫ່າງຈາກວັດໄຊຍະພູມ
ແຂວງສະຫວັນນະເຂດປະມານ 500 ເມັດພິພິທະພັນ ໄດໂນເສົາໄດ້ກາຍເປັນແຫຼ່ງທ່ອງທ່ຽວອີກບ່ອນຫນຶ່ງໃນ ແຂວງສະຫວັນນະເຂດເຊິ່ງໄດ້ເປັນປະຫວັດສາດ
ທີ່ມີຊື່ສຽງກໍຄື ສະແດງຮ່ອງຮອຍ ການປະກົດຂອງສິ່ງ ທີ່ມີຊີວິດທີ່ມີຂະຫນາດໃຫຍ່ທີ່ສຸດໃນໂລກ ແລະ
ຄວາມສາມາດ
ຂອງນັກບູຮານຄົນລາວທີ່ຮ່ວມກັບນັກບູຮານ
ຊາວຝຣັ່ງເສດໄດ້ຄົ້ນພົບຮ່ອງຮອຍແລະ ຫຼັກຖານ ໄວ້ ໄດ້ຫຼາຍຢ່າງ. ຈຸດເດັ່ນຫນ້າຊົມກໍຄ ການຄົ້ນພົບຮ່ອງຮອຍ
ກະດູກ ແລະ ຮອຍຕີນ ໄດໂນເສົາ2 ປະເພດ4ສາຍພັນຄື ປະເພດກິນເນື້ອຊີ້ນ 1 ສາຍພັນ ປະເພດກິນພືດ3 ສາຍພັນ
. ຮ່ອງຮອຍ ກະ ດູກໄດໂນເສົາ ທີ່ສົມບູນທີ່ສຸດທີ່ຖືກຄົ້ນພົບ
 ໃນ ສະຫວັນນະເຂດ ນັ້ນກໍ່ແມ່ນ ຮອຍ ຫີນ , ເຕົ່າຫີນ , ຫອຍຫີນ ,ແຂ້ວຊ້າງຫີນ ແລະທີ່ຫນ້າສົນໃຈທີ່ ສຸດ ກໍ ຄື ຊາກກະດູກ ໄດໂນເສົາທີ່ມີອາຍຸເຖິງ110 ລ້ານກວ່າປີແລ້ວ. ນອກນັ້ນ ຍັງມີ ຊິ້ນ ສ່ວນຫົວແລະ ແຂ້ວຂອງ}ສັດດຶກດຳ ບັນ ເປັນສັດ ເຄິ່ງບົກເຄິ່ງນ້ຳເຊິ່ງເຊື່ອກັນວ່າ ເປັນສັດລ້ຽງລູກ
ດ້ວຍນ້ຳນົມ ທີ່ເກີດກ່ອນ ຍຸກ ໄດໂນເສົາອີກແລະທັງຫມົດທີ່ກ່າວມາ
ນີ້ ປັດຈຸບັນແມ່ນຢູ່ໃນສູນພິພທະພັນດ້ວຍກັນ.ສະຖານແຫ່ງນີ້ທີ່ນຫມາະ
ແກ່ ການສຶກສາຄົ້ນຄວ້າແລະຜູ້ທີ່ຮຽນຮູ້ເຖິງໂລກໃນຍຸກເກົ່າ
 
 
 

ไม่มีความคิดเห็น:

แสดงความคิดเห็น