8/10/55

ຕະຫຼາດ ສະຫັວນໄຊ


ຕະຫຼາດ ສະຫັວນໄຊ

ຕະຫຼາດ ສະຫວັນໄຊ ຕັ້ງຕິດ ກັບ ຖະຫນົນສີສະຫວ່າງວົງ ຢູ່ບ້ານຫົວເມືອງ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ. ເຊິ່ງເປັນຕະຫຼາດທີ່ ໃຫຍ່ທີ່ ສຸດຂອງແຂວງສະຫວັນະເຂດຊາວບ້ານ ມັກຮຽກກັນວ່າ ຕະຫຼາດສິງກະໂປ ເພາະຊາວສິງກະໂປເປັນຜູ້ໃຫ້ທຶນໃນການສ້າງ. ຕະຫຼາດນີ້ສ້າງຂຶ້ນມາ “ແທນຕະຫຼາດເກົ່າໃນຕົວເມືອງ,

ສິນຄ້າທີ່ຂາຍໃນຕະຫຼາດນີ້ ກໍ່ຈະມີເສື້ອຜ້າຕ່າງໆ ຂອງກິນ ຂອງທີ່ໃຊ້ໃນເຮືອນ, ເງິນ - ຄຳລວມທັງ ຜະລິດຕະພັນກະສິກຳ , ອຸດສາຫະກຳ ແລະກະສິກຳທັງພາຍ ໃນແລະ ຕ່າງປະ ເທດ, ທັງອຸປະໂພກ ແລະ ບໍລິໂພກ. ສິນຄ້າທີ່ຂາຍ ບາງສ່ວນ ກໍ່ຜະລິດເອົາເອງຢູ່ໃນ ປະເທດ ບາງສ່ວນກໍ່ ນຳມາຈາກ ຕ່າງປະເທດເຊັ່ນ ຫວຽດນາມ, ໄທ,ຈີນ ເປັນຕົ້ນ.ຕະຫຼາດແຫ່ງນີ້ ແມ່ນເປີດບໍລິການທຸກໆວັນແຕ່ 3 ໂມງເຊົ້າຫາ 7ໂມງແລງ.

1 ความคิดเห็น:

  1. ຕະຫຼາດ ສະຫວັນໄຊກັບຕະຫຼາດສາມັກຄີໄຊ ເປັນອັນດຽວກັນເບາະ?

    ตอบลบ