12/10/55

ແຫຼ່ງຫັ​ດຖະກຳ - ​ເຄື່ອງ​ທີ່​ລະ​ລຶກ ສູນຫັດ​ຖະກຳ ລະຫາ​ສິນ


ສູນອົບຮົມແລະ ຜະລິດຜ້າຝ້າຍແບບ ພຶ້ນເມືອງ-ຍ້ອມສີທຳມະຊາດປອດສານ​​ເຄມີ ທີ່ມີຕົ້ນ​​ແບບຈາກຫົວຄິດປະດິດສ້າງແລະວີໄມ້ລາຍມືເຜົ່າ ຜູ້ໄທເຂດບ້ານສະຫານ້ຳ​ ​ເມືອງສອງອນ. ມີຜ້າພື້ນເມືອງສຳຫຼັບຕັດເຄື່ອງນຸ່ງ, ​ເຄື່ອງນຸງຊາຍ-ຍິງ,​ ຜ້າພົມ, ຜ້າປູບ່ອນ​, ປອກໝອນ, ຜ້າຫົມ, ຜ້າປູໂຕະແລະ ອື່ນໆ ຕາມຄວາມຕ້ອງການ.
     ສູນລະຫາສິນຕັ້ງຢູ່ເຮືອນເລກທີ 248 ໜ່ວຍ 23 ບ້ານໄຊຍະມຸງຄຸນເມືອງໄກສອນພົມວິຫານແຂວງສະຫວັນນະເຂດ. ​ໃກ້ກັບສະໜາມບິນ
ໂທລະສັບ: 041-212398, Fax: 041-212781


ພະທາ​ດນາງ​ລາວ ​ເມືອງ​ວິລະ​ບູລີ


   າດນີ້ສ້າງຂຶ້ນສະໄໝນາງລາວປົກຄອງເມືອງວັງ (ນາງສະໜົມ ຜູ້ນຶ່ງ ຂອງເຈົ້າອະນຸວົງ ກະສັດອົງສຸດທ້າຍຂອງລາຊະວົງວຽງຈັນ, ທີ່ຊື່ວ່າ ນາງລາວ ກໍເພາະຄົນທ້ອງຖິ່ມນີ້ເປັນເຜົ່າຜູ້ໄພ, ​​ເຂົາເຈົ້າຈຶ່ງເອີ້ນຄົນເຜົ່າລາວວ່ານາງລາວ) ພະທາດນີ້ມີ 8 ລ່ຽມ, ສູງ13 ຕີນກວ້າງ 12 ກໍດ້ວຍດີນຈີ່ທີ່ຖຶກປະຮ້າງ ຂາດການບົວລະບັດມາໄດ້ 300 ກວ່າປີ ຊາວບ້ານຖືວ່າເປັນສະຖານທີ່ເຂັດຢຳ


ສະໝໍລະພູມບັ້ນຮົບ ລາມເຊີນ ແລະ ເສັ້ນທາງໂຮ່ຈິມິນ

ບັ້ນຮົບລືຊື່ ລາມເຊີນ 719 ລະເບີດຂຶ້ນເມື່ອຕົ້ນປີ 1971, ​ເປັນສົງຄາມຮຸກຮານຂອງຈັກກະພັດຕ່າງດ້າວແລ ລະລູກແຫຼ່ງຕີນມື ບຸດຄົນຫວັງຢຶດຈຸດຍຸດທະສາດ, ​ແຕ່ຖືກກອງທັບ​ ​ແລະ ປະຊາຊົນລາວປະສານສົມທົບກັບກອງທັບແລະປະຊາຊົນຫວຽດນາມຕ້ານຄືນຈົນພວກເຂົາປະລາໄຊ, ມີເຄື່ອງສິນ​​ເສິກອາວຸດຍຸດໂທປະກອນຫຼາຍຊະນິດເຫຼືອໄວ້ເປັນອະນຸສອນໃນຂົງເຂດນີ້ເຊັ່ນ: ລົດຫຸ້ມເກາະ, ລົດລຳລຽງ, ປ້ອມສູ້ຮົບ, ປືນໃຫຍ່, ລູກລະເບີດ, ຂຸມລະເບີດ ຢູ່ເລາະຕາມສາຍທາງເລກ9 ​ແລະເສັ້ນທາງໂຮ່ຈິມິນ. ທາງເມືອງໄດ້ເກັບລວມສິ່ງນີ້ໄວ້ແລະ ຈະຈັດສະແດງພິພິທະພັນກາງແຈ້ງຢູ່ທີ່ໜ້າຫ້ອງວ່າການເມື່ອງເຊໂປ.